ພິທີມອບ-ຮັບ ທຶນຊ່ວຍເຫລືອລ້າ ຈຳນວນ 932.600.000 ກີບ (ເກົ້າຮ້ອຍສາມສິບສອງລ້ານຫົກແສນກີບ)ຈາກບໍລິສັດ ນໍ້າເຫີນ-ຫີນບູນ ພາວເວີ ຈຳກັດ ວັນທີ 2 ກຸມພາ 2024 ຢູ່ທີ່ພະແນກສຶກສາທິການ ແລະກິລາແຂວງສາລະວັນ, ມອບໂດຍ: ທ່ານ ປອ ຈີ່ຊົງ ຈື່ຫວ່າໄຊກິ ຜູ້ອຳນວຍການໃຫຍ່ບໍລິສັດ ນ້ຳເທີນ-ຫີນບູນ ພຣາວເວີ ຈຳກັດ (THPC), ແລະຮັບໂດຍ: ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງສາລະວັນ ໂດຍມີ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະເມືອງ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນຈາກໂຮງຮຽນມັດທະຍົມສົມບູນຊົນເຜົ່າເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ໄດ້ສ້າງຕັ້ງຂຶ້ນໃນປີ 2011 ມາຮອດປະຈຸບັນນີ້ໄດ້ 12 ປີ ສະພາບພາຄານສະຖານການສຶກສາພາຍໃນໂຮງຮຽນ ກໍມີການເປເພເສຍຫາຍບາງສ່ວນ, ການບູລະນະຮັກສາຜ່ານມາໄດ້ ສ້ອມແປງຕາມງົບປະມານທີ່ໄດ້ຮັບໃນແຕ່ລະປີ. ໃນສົກປີ 2023 ໂດຍອີງໃສ່ຄວາມຕ້ອງການນໍາໃຊ້ ເພື່ອແກ້ໄຟໃຫ້ນັກຮຽນ ) ຂອງໂຮງຮຽນ ມີນໍ້ໍາດື່ມ ແລະນ້ຳໃຊ້ຢ່າງເປັນປົກກະຕິ ພະແນກສຶກສາທິການແລະກິລາແຂວງ ຈຶ່ງຮຽນສະເໜີ ຂໍງົບປະມານຈາກອຳນາດການປົກຄອງແຂວງ, ໂດຍອີງໃສ່ຄວາມຈຳເປັນຂອງນັກຮຽນ-ຄູ ການນຳຂອງແຂວງ, ຈຶ່ງຂໍການຊ່ວຍເຫຼືອຈາກ ບໍລິສັດ ນໍ້າເທີນ-ຫີນບູນ ພາວເວີ ຈຳກັດ ໃຫ້ທຶນຊ່ວຍລຳ ສ້ອມແປງລະບົບນ້ຳດື່ມ, ນ້ຳໃຊ້ ແລະສ້ອມແປງໄຟຟ້າ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ມູນຄ່າ 132,600,000 ກີບ. ສະເພາະການຈັດຕັ້ງປະຕິບັດ ໂຄງການສ້ອມແປງ ລະບົບນ້ຳດື່ມ, ນ້ຳໃຊ້ ແລະ ສ້ອມແປງໄຟຟ້າ ໂຮງຮຽນສາມັນ ກິນນອນຊົນເຜົ່າແຂວງສາລະວັນ. ນອກນັ້ນ, ທາງບໍລິສັດນໍ້າເທີນ ຫີນບູນ ພາວເວີ ຈຳກັດ ຍັງໄດ້ມອບເງິນ ຈໍານວນ 40.000 ໂດລາສະຫາລັດ ໃຫ້ແຂວງສາລະວັນ ເພື່ອນຳໃຊ້ເຂົ້າໃນການກະກຽມຈັດງານມະຫະກຳກິລານັກຮຽນ ມັດທະຍົມທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນເປັນເຈົ້າພາບໃນທ້າຍ ປີ 2024 ທີ່ຈະມາຮອດນີ້.
ໂອກາດນີ້, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ເຊີ່ງທ່ານກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານປະທານບໍລິສັດ ນ້ຳເທີນ-ຫີນບູນ ຈຳກັດ (THPC) ທີ່ໃຫ້ການຊ່ວຍເຫລືອ, ສະໜັບສະໜູນທຶນຮອນເຂົ້າໃນການປັບປຸງລະບົບໄຟຟ້າ, ນໍ້າປະປາໃຫ້ແກ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ແລະຊ່ວຍໃນການຫ້າງຫາກະກຽມຄວາມພ້ອມຈັດງານມະຫາກຳກິລານັກຽນມັດທະຍົມ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ ຊຶ່ງເປັນການປະກອບສ່ວນສໍາຄັນຕໍ່ການພັດທະນາຂະແໜງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ແລະການພັດທະນາເສດຖະກິດ-ສັງຄົມຂອງແຂວງສາລະວັນໃຫ້ດີຂຶ້ນ.
