banner 23

ຊົມເຊີຍຜົນສຳເລັດ ກອງປະຊຸມໃຫ່ຍສະມາຊິກພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງສາລະວັນຄັ້ງທີ IV. ຢ່າງສຸດໃຈ

ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາ ສໍາເລັດກອງປະຊຸມໃຫ່ຍຄັ້ງທີ IV

               ຄະນະພັກຮາກຖານພະແນກ ສຶກສາທິການ ແລະກິລາແຂວງສາລະວັນສໍາເລັດກອງປະຊຸມໃຫ່ຍຄັ້ງທີ IV.ເຊີ່ງໄດ້ຈັດຂື້ນໃນວັນທີ 24ກຸມພາ  2025ນີ້ທີ່ສະໂມສອນໂຮງຮຽນວິທະໄລຄູສາລະວັນ. ໂດຍການເປັນປະທານຂອງ ສະຫາຍ ສຸນີ ນາມມະບົວລີ ເລຂາຄະນະພັກຮາກຖານຫົວໜ້າພະແນກ ສຶກສາທິການ ແລະກິລາແຂວງສາລະວັນ,ເປັນກຽດເຂົ້າຮ່ວມຂອງສະຫາຍ ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຫົວໜ້າອະນຸກໍາມະການເນື້ອໃນຂັ້ນແຂວງ,ມີສະຫາຍໃນຄະນະພັກຮາກຖານ,ເລຂາໜ່ວຍພັກ-ຄະນະໜ່ວຍທີ່ຂື້ນກັບຄະນະພັກຮາກຖານພະແນກ,ອະນຸກໍາມະການເນື້ອໃນ,ພະແນກການທີ່ກ່ຽວຂ້ອງ,ສະມາຊິກພັກເຂົ້າຮ່ວມ.

480578329 1110947054163536 8620417969574004748 n 1

               ກອງປະຊຸມຄັ້ງນີ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຜົນສຳເລັດໃນການເຄື່ອນ ໄຫວນໍາພາ-ຊີ້ນໍາຂອງໜ່ວຍພັກ ຕະຫຼອດໄລຍະ 5 ປີຜ່ານມາ ຍົກໃຫ້ເຫັນດ້ານດີທີ່ມີລັກສະນະຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງໄລຍະຜ່ານມາໄດ້ເອົາໃຈໃສ່ຖືເອົາວຽກງານການເມືອງແນວຄິດເປັນກົກ ແລະ ເປັນວຽກສໍາຄັນ ,ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມຕື່ນຕົວປ່ຽນແປງໄປໃນທາງທີ່ດີ, ມີຄຸນທາດການເມືອງໜັກແໜ້ນ, ມີນ້ຳໃຈບຸກບືນປະຕິວັດທີ່ຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ມີນໍ້າໃຈເສຍສະຫຼະ, ມີຄວາມສາມັກຄີເປັນເອກະພາບພາຍໃນພ້ອມກັນສຸມໃສ່ການຈັດຕັ້ງປະຕິບັດໜ້າທີ່ການເມືອງ. ນອກນັ້ນ ຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານວິຊາສະເພາະເປັນຕົ້ນ ທົ່ວແຂວງມີພະນັກງານລັດຖະກອນ ( ຄູ ແລະບໍລິຫານ )ທັງໜົດ 3.770 ສະຫາຍ,ຍິງ 1.967ສະຫາຍ,ຄຽງຄູ່ກັບການສຶກສາໃນໂຮງຮຽນແລ້ວ ການສຶກສານອກໂຮງຮຽນ ກໍ່ໄດ້ຈັດຕັ້ງການຮຽນ-ການສອນລຶບລ້າງຄວາມບໍ່ຮູ້ໜັງສືໃນເກນອາຍຸ 6–14ປີ ແລະ 15-40ປີ ພ້ອມກັບຝຶກອົບຮົມວິຊາຊີບຂັ້ນພື້ນຖານເພີ່ມຂື້ນເປັນ 8.312 ຄົນ,ການສຶກສາຫຼັງສາມັນສຶກສາບັນດາຊາວໜຸ່ມ ໄດ້ສືບຕໍ່ເຂົ້າຮຽນໃນລະດັບວິຊາຊີບທັງພາຍໃນແຂວງ ແລະຕ່າງແຂວງໃນ 5ປີຜ່ານມາມີນັກຮຽນວິຊາຊີບພາຍໃນແຂວງຈໍານວນ 2.397ຄົນ,ການສຶກສາລະດັບວິຊາຊີບໄດ້ມີການສ້າງຕັ້ງໂຮງຮຽນເອກະຊົນ 1 ແຫ່ງ,ວຽກງານກິລາກາຍະກໍາແມ່ນເປັນວຽກໃນຍຸດທະສາດຂອງການພັດທະນາຊັບພະຍາກອນມະນຸດ ແລະເຊື່ອມສານເຂົ້າໃນວຽກງານການສືກສາຕາມ 3 ລັກສະນະ,5ຫຼັກມູນການສຶກສາຂອງພັກ,ນັກກິລາ,ຄູຝຶກໄດ້ຮັບການຍົກລະດັບ,ໂຄງລ່າງພື້ນຖານດ້ານການກິລາຂະຫຍາຍຕົວໄປທຸກເມືອງ ສາມາດສ້າງໄດ້ນັກກິລາຕົວແທນຂອງແຂວງເຂົ້າຮ່ວມງານແຂ່ງຂັນລະດັບຊາດ,ພິເສດໃນປີ 2024 ແຂວງສາລະວັນແມ່ນໄດ້ຮັບກຽດເປັນເຈົ້າພາບງານມະຫາກໍາກິລານັກຮຽນມັດທະຍົມສຶກສາຄັ້ງທີ 7 ເຊີ່ງເປັນເຫດການທາງການເມືອງ ແລະເປັນປະຫັວດສາດຂອງແຂວງ ຜ່ານການເຂົ້າຮ່ວມແຂ່ງຂັນ ແຂວງສາລະວັນກໍ່ສາມາດຍາດໄດ້ອັນດັບ 3 ໃນທົ່ວປະເທດ.

481807173 1110947047496870 7031819589795810901 n 1

              ໃນກອງປະຊຸມຍັງໄດ້ຜ່ານຮ່າງແຜນພັດທະນາວຽກງານການສຶກສາ-ກິລາ,ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ, ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະພັກຮາກຖານຊຸດໃໝ່, ເຊີ່ງມີຜູ້ສະໝັກທັງໝົດ 9 ສະຫາຍ, ເລືອກເອົາ 7 ສະຫາຍ,

480819695 1110947140830194 8240131248705806024 n 1

ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີຄັດເລືອກເອົາ ສະຫາຍ ສຸນີ ນາມມະບົວລີ ເປັນເລຂາຄະນະພັກຮາກຖານ,ສະຫາຍຄໍາເຟືອງ ອິນທິສອນເປັນຮອງເລຂາ,ສະຫາຍ ນາງ ພູວຽງ ອິນທະສອນ,ສະຫາຍ ແອບີຊານ ລ້ານນາຂວາງ,ສະຫາຍ ໄພວັນ ແສງອໍາພັນ,ສະຫາຍ ວຽງແກ້ວ ຈັນເບັງແສງ ແລະສະຫາຍ ສິດທິເດດ ຈັນທະບຸດດີ ເປັນຄະນະພັກຮາກຖານ. ຈາກນັ້ນ ໃນຕອນທ້າຍຂອງກອງປະຊຸມກໍ່ໄດ້ຮັບຟັງການມີຄຳເຫັນໂອ້ລົມ ຊີທິດເຢືອງທາງຈາກປະທານຕື່ມອີກ.         

ພາບແລະຂ່າວໂດຍແກ້ວິໄລ ດວງຄຳ