ຫ້ອງການສຶກສາທິການ ແລະ ກິລາ ເມືອງເລົ່າງາມ,ແຂວງ ສາລະວັນ ໄດ້ຈັດພິທີປະກາດພະນັກງານລັດຖະກອນອອກພັກການຮັບອຸດໜູນບໍານານ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຕົກລົງ ເຫັນດີອະນຸມັດຄຶ: ທ່ານ ນາງ ທຸມມີ ເກດວົງສາລາດ ຄູສອນ ສັງກັດຢູ່ໂຮງຮຽນປະຖົມພໍ່ເຂັມ; ທ່ານ ສຸກ ກະເສີມ ຜູ້ອໍານວຍການ ໂຮງຮຽນປະຖົມອົ້ນນ້ອຍ; ທ່ານ ສຸກ ເທບບົວລະບັດ ຜູ້ອໍານວຍການ ໂຮງຮຽນປະຖົມດົງຕ້ອງ; ທ່ານ ຄໍາປົງ ສັກດາ ຜູ້ອໍານວຍການ ໂຮງຮຽນປະຖົມຜັກກູດ; ທ່ານ ນາງ ຕິ໋ວມະນີ ແກ້ວພິທັກ ຫົວໝ້າໝ່ວຍງານ ສັງກັດຢູ່ຫ້ອງການສືກສາທິການແລະກິລາ ເມືອງ; ທ່ານ ສີນວນ ໝູນວນນະວົງ ຫົວໝ້າໝ່ວຍງານ ສັງກັດຢູ່ ຫ້ອງການສືກສາທິການ ແລະ ກິລາ ເມືອງ. ໄດ້ເຫັນດີອອກພັກການຮັບອຸດໜູນບໍານານນັບແຕ່ວັນທີ 1 ມັງກອນ 2025 ເປັນຕົ້ນໄປ.
ຈາກນັ້ນ ທ່ານ ຄໍາຫວັນ ສີສະໝຸດ ຮອງເຈົ້າເມືອງຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ກໍ່ໃຫ້ກຽດມອບເງິນອຸດໜູນກ່ອນບໍານານ 6 ທ່ານ,ຍິງ 2 ທານ ໃນຈໍານວນເງິນ 67 ລ້ານກ່ວກີບ. ແລະ ທ່ານ ນາງ ສົມໃຈ ໄຊຍະບັນຫາ ກໍ່ໄດ້ມອບໃບຍ້ອງຍໍ ໃຫ້ກັບພະນັກງານພັກການຮັບອຸດໜູນບໍານານຕື່ນອີກ.
ທ່ານ ຄໍາຫວັນ ສີສະໝຸດ ຮອງເຈົ້າເມືອງຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ກໍ່ໄດ້ມີຄໍາເຫັນຕໍ່ຜູ້ທີ່ອອກພັກບໍານານໃນຄັ້ງນີ້ວ່າເງິນອຸດໜູນທີໄດ້ຮັບໃນຄັ້ນີ້ຕ້ອງໃຊ້ໃຫ້ເປັນປະໂຫຍດຕໍ່ຄອບຄົວ ແລະ ຂໍ່ຮຽກຮ້ອງມາຍັງຜູ້ທີ່ອອກພັກບໍານານວ່າໃຫ້ບັນດາສະຫາຍເປັນແບບຢ່າງນໍາພາຢູ່ໃນຄອບເຂດຄວາມຮັບຜິດຊອບໂດຍສະເພາະກໍ່ແມ່ນວຽກງານສຶກສາຂອງພວກເຮົາໃຫ້ຊຸກຍູ້ລູກຫຼານພາຍໃນບ້ານໃຫ້ໄດ້ເຂົ້າຮໍ່າຮຽນຕາມເກນອາຍຸເພື່ອເຮັດໃຫ້ວຽກງານການສຶກສາມີຄວາມກ້າວໜ້າຂຶ້ນເລື້ອຍໆ.
ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 7 ມີນາ 2025 ຜ່ານມານີ້ ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງ ເຂົ້າຮ່ວມຂອງທ່ານ ຄໍາຫວັນ ສີສະໝຸດ ຮອງເຈົ້າເມືອງຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ມີທ່ານ ນາງ ສົມໃຈ ໄຊຍະບັນຫາ ວ່າການຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ,ບັນດາ ຫົວໝ້າຫ້ອງການອອມຂ້າງເມືອງ,ພ້ອມດ້ວຍພະນັກງານຫ້ອງການ ແລະ ພະນັກງານພັກການຮັບອຸດໜູນບໍານານເຂົ້າຮ່ວມ.
#ຂ່າວ-ພາບ: ວົງດາລາ ຈັນທະວົງ