banner 23

ຊົມເຊີຍຜົນສຳເລັດ ກອງປະຊຸມໃຫ່ຍສະມາຊິກພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງສາລະວັນຄັ້ງທີ IV. ຢ່າງສຸດໃຈ

ພິທີປະກາດ ທ່ານ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ສາລະວັນ

#ໃນວັນຕອນບ່າຍທີ 29 ມັງກອນນີ້ ພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນ ໄດ້ຈັດພິທີ ປະກາດ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ສາລະວັນ ຂຶ້ນຢ່າງເປັນທາງການ, ໂດຍປະຕິບັດຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ162/ຈຂ.ສວ, ລົງວັນທີ 17 ມັງກອນ 2025 ວ່າດ້ວຍກນແຕ່ງຕັ້ງ ທ່ານ ສຸນີ ນາມມະບົວລີ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນ , ໂດຍເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີຫົວໜ້າ-ຮອງພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
475816411 1093331945925047 2161053141081026561 n
 
#ທ່ານ ສົມໃຈ ອຸ່ນຈິດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນວ່າ: ການແຕ່ງຕັ້ງ ຫົວໜ້າພະແນກໃນຄັ້ງນີ້ ແມ່ນຄວາມບຸກບືນຫ້າວຫັນ, ເຮັດສໍາເລັດໜ້າທີ່ຕາມການມອບໝາຍ, ກ່ອນອື່ນ ທ່ານ ກໍ່ໄດ້ຍໍຍ້ອງຊົມເຊີຍ ຕໍ່ຜົນສຳເລັດໃນໄລຍະຜ່ານມາ ແລະ ພາຍຫຼັງທີ່ໄດ້ຮັບການເເຕ່ງຕັ້ງແລ້ວ ຕ້ອງສືບຕໍ່ໃນການສຶກສາອົບຮົບການເມືອງງແນວຄິດໃຫ້ພະນັກງານສະມາຊິກພັກ ທີ່ຢູ່ໃນຄວາມຮັບຜິດຊອບໃຫ້ມີຄວາມໝັກແໜ້ນ, ເຂັ້ມແຂງຂຶ້ນ, ແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະພະແນກເພື່ອເຮັດໃຫ້ການຈັດຕັ້ງນຳພາວຽກງານດີຂຶ້ນເປັນກ້າວໆ.