baner

ຊົມເຊີຍ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ( 2 ທັນວາ 1975 - 2 ທັນວາ 2025). ຢ່າງສຸດໃຈ

ແຂວງສາລະວັນ ຈັດພິທີສອບເສັງນັກຮຽນເກັ່ງ ຂັ້ນແຂວງ ປະຈຳສົກປີ 2023-2024

          ຕອນເຊົ້າຂອງວັນທີ 16/02/2024 ແຂວງສາລະວັນ ໄດ້ຈັດພິທີສອບເສັງນັກຮຽນເກັ່ງສາຍສາມັນສຶກສາຂັ້ນແຂວງ (ຊັ້ນປະຖົມປີທີ 5 ແລະ ຊັ້ນມັດທະຍົມສຶກສາ ຂັ້ນ ມ4 ແລະ ຂັ້ນມ7) ສົກຮຽນ 2023-2024, ຈຸດປະສົງກໍ່ແມ່ນເພື່ອຊຸກຍູ້ຂະບວນການແຂ່ງຂັນທາງດ້ານການຮຽນ-ການສອນ, ການວັດ ແລະ ປະເມີນຜົນ ດ້ານການສິດສອນຂອງຄູ ແລະການຮຽນຂອງນັກຮຽນ, ເປັນການສ້າງປະສົບການ ໃຫ້ແກ່ຜູ້ຮຽນ ແລະ ຜູ້ສອນໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈສະແດງອອກໃນວິທີການແຂ່ງຂັນໃນຂັ້ນແຂວງ ແລະ ກ້າວເຂົ້າສູ່ລະດັບຊາດ ເພື່ອແນໃສ່ຂີດຄວາມສາມາດຄັດເລືອກຕົວແທນນັກຮຽນເກັ່ງຂອງແຂວງ ມ4 ແລະ ມ7 ເຂົ້າຮ່ວມການສອບເສັງ ແຂ່ງຂັນໃນລະດັບຊາດ ໃນຕົ້ນເດືອນ ເມສາ 2024 ທີ່ນະຄອນຫຼວງວຽງຈັນ. ທັງນີ້ກໍ່ເພື່ອປະຕິບັດ 3 ຂໍ້ແຂ່ງຂັນ ຂອງກະຊວງສຶກ ສາທິການ ແລະ ກິລາວາງອອກ ຄື: ສອນດີ-ຮຽນເກັ່ງ, ແຂ່ງຂັນກັນຕ້ານປະກົດ ການຫຍໍ້ທໍ້ໃນຂະແໜງການສຶກສາ ພ້ອມທັງແຂ່ງຂັນສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການຮໍ່າຮຽນ ແລະ ການສິດສອນຂອງຄູ, ສົ່ງເສີມນັກຮຽນທີ່ມີພອນສະຫວັນ ດ້ານຄວາມຮູ້ ແລະ ຄວາມສາມາດ ໃຫ້ໄດ້ຮຽນໃນລະດັບສູງຂຶ້ນໄປເລື້ອຍໆ.
Screenshot 2024 09 26 084127
ແມ່ນຕົວແທນນັກຮຽນເກັ່ງມາຈາກ 08 ເມືອງ ທີ່ໄດ້ມີການຄັດເລືອກສອບເສັງໃນຂັ້ນໂຮງຮຽນ, ຂັ້ນເມືອງ ມີຈຳນວນນັກສອບເສັງທັງໝົດ 88 ຄົນ, ຍິງ 50 ຄົນ (ມີສຳມະເນນ 4 ອົງ). ໃນນັ້ນ ຊັ້ນປະຖົມສຶກສາ ປີທີ 5 ມີ 24 ຄົນ, ຍິງ 18 ຄົນ, ຊັ້ນມັດທະຍົມສຶກສາ ຂັ້ນ ມ4 ມີ 32 ຄົນ, ຍິງ 17 ຄົນ ແລະຂັ້ນ ມ7 ມີ 32 ຄົນ, ຍິງ 15 ຄົນ. ສຳລັບວິຊາສອບເສັງແຂ່ງຂັນ: ຂັ້ນປະຖົມສຶກສາປີທີ 5 ປະກອບມີ 3 ວິຊາຄື: ວິຊາ ພາສາລາວ, ຄະນິດສາດ ແລະ ວິຊາວິທະຍາສາດແລະສິ່ງແວດລ້ອມ. ຂັ້ນມັດທະຍົມສຶກສາ ມ4 ແລະ ມ7 ປະກອບມີ 4 ວິຊາຄື: ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະວິຊາ ເຄມີສາດ. ການສອບເສັງແມ່ນຈະໄດ້ດຳເນີນເປັນ 1 ຄາບຈິ່ງສຳເລັດ. 
ຂັ້ນແຂວງ ປະຈຳສົກປີ 2023-2024 ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2024, ທີ່ສະໂມສອນວິທະຍາໄລຄູສາລະວັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສີລິສັກ ຖະໜອມຮັກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ມີທ່ານຮອງຫົວໜ້າພະແນກສຶກສາ, ພຣະເຖລາ ນຸເຖລະ, ຄູ-ອາຈານ ແລະນັກຮຽນເຂົ້າຮ່ວມ.
hacklink