baner

ຊົມເຊີຍ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ( 2 ທັນວາ 1975 - 2 ທັນວາ 2025). ຢ່າງສຸດໃຈ

ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ປະຈຳສົກປີ 2023-2024

ພະແນກສຶກສາທິການແລະກິລາແຂວງສາລະວັນ ຈັດກອງປະຊຸມສະຫຼຸບກອງປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ປະຈຳສົກປີ 2023-2024, ໃນ ວັນທີ 20 ກັນຍາ 2024, ທີ່ພັດຕະຄານສິນສະໄໝ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີ ທ່ານ ສຸນີ ນາມມະບົວລີ ວ່າການຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ທ່ານ ນາງ ທອງໃບ ໄຊຍະສານ ປະທານກຳມະການວັດທະນະທຳ- ສັງຄົມ ແລະບັນດາເຜົ່າ, ມີຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ຄະນະສຶກສາສົງ, ທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ກຸ່ມວັດທະນະທຳ-ສັງຄົມ, ຫົວໜ້າຫ້ອງການສຶກສາເມຶອງ, ຜູ້ບໍລິຫານການສຶກສາ ແລະກິລາ, ຕາໜ້າອົງການອາຫານທ່ຽງ, ນາຍບ້ານເທດສະບານເຂົ້າຮ່ວມ.

3

ທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ສົກຮຽນ 2023-2024ເຊິ່ງໃນຍະໄລຍະ 1 ປີຜ່ານມາ ມີຜົນສຳເລັດຫຼາຍດ້ານເປັນຕັ້ນ: ການສຶກສາກ່ອນໄວຮຽນ ອັດຕາການເຂົ້າຮຽນຂອງເດັກ 5 ປີ ເພີ່ມຂຶ້ນຈາກ 78% ເປັນ 79,8%, ຈໍານວນໂຮງຮຽນອະນຸບານ 94 ແຫ່ງ, ຫ້ອງຮຽນ 472 ຫ້ອງ, ມີນັກຮຽນທັງໝົດ 10.752 ຄົນ, ຍິງ 5.536 ຄົນ, ໃນນັ້ນ ໂຮງຮຽນເອກະຊົນ 3 ແຫ່ງ, ການສຶກສາຊັ້ນປະຖົມ: ອັດຕາເຂົ້າ ຮຽນໃໝ່ສຸດທີ່ຂຶ້ນ ປ.1 ເພີ່ມຂຶ້ນຈາກ 99,09% ມາເປັນ 99,10%. ການສຶກສາຊັ້ນມັດທະຍົມ:
 ດ້ປັບປຸງພື້ນຖານໂຄງລ່າງໂຮງຮຽນມັດທະຍົມຈໍານວນຫນຶ່ງ, ສະໜອງອຸປະກອນ ຮັບໃຊ້ການຮຽນ-ການສອນ ແລະ ສິ່ງອໍານວຍຄວາມສະດວກດ້ານສຸຂານາໄມຕ່າງໆ, ນອກນັ້ນ ໄດ້ກໍ່ສ້າງຫໍພັກ ນັກຮຽນ ແລະ ຄູ ໃຫ້ບັນດາໂຮງຮຽນ,ໄດ້ສະໜອງທຶນກໍ່ສ້າງຫໍພັກໂຮງຮຽນ ມັດທະຍົມສົມບູນ ໜອງແກ ເມືອງເລົ່າງາມ ໂດຍແມ່ນທຶນລັດຖະບານ, ໄດ້ສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນຈາກຄອບຄົວທຸກຍາກຈຳນວນ 3 ເມືອງ ຄື: ເມືອງ ລະຄອນເພັງ, ເລົ່າງາມ ແລະຕະໂອ້ຍ ມີ ນັກຮຽນໄດ້ຮັບທຶນທັງໝົດ 780 ຄົນ, ໃນນັ້ນຮັບທຶນຈາກລັດຖະບານ 616 ຄົນ ແລະ ໂຄງການ EESDP 164 ຄົນ. ການສຶກສານອກໂຮງຮຽນ: ໄດ້ສ້າງເງື່ອນໄຂ ແລະ ແຮງຈູງໃຈ ໃຫ້ແກ່ກຸ່ມເປົ້າໝາຍໄດ້ເຂົ້າຮຽນຫຼາຍຂຶ້ນ ດ້ວຍການສະໜອງການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ຄວບຄູ່ກັບການບຳລຸງຍົກລະດັບການສຶກສາ ເພື່ອເປັນການສ້າງ ແລະ ພັດທະນາທັກສະອາຊີບ, ສີມືແຮງງານ ແລະ ປັບປຸງຄຸນນະພາບຊີວິດໃຫ້ດີຂື້ນ, ໄດ້ມີການສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງ,ຂຽນຕຳແໜ່ງງານ ແລະ ປະກອບບຸກຄະລາກອນເຂົ້າໃນຕຳແໜ່ງງານຕ່າງໆ ໃນຂັ້ນແຂວງ, ຂັ້ນເມືອງ ແລະ ໂຮງຮຽນ ເພື່ອໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນປະຈຸບັນພ້ອມນັ້ນຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການລາຍງານຈຳນວນນັກຮຽນ, ເຫດຜົນການ ປະລະການຮຽນໃນສາຍສາມັນສຶກສາປະຈຳສົກປີ 2023-2024, ການກະກຽມຄວາມພ້ອມຮອບດ້ານເພຶ່ອນເປັນເຈົ້າພາບງານມະຫາກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ 7 ປີ 2024, ພ້ອມທັງໄດ້ປະກອບຄຳຄິດຄຳເຫັນເຂົ້າໃສ່ບາງວຽກງານເປັນຕົ້ນ: ການປະລະການຮຽນຂອງນັກຮຽນທຸກຊັ້ນ, ຄຸນນະພາບການສຶກສາຕໍ່າ ແລະຈຳນວນນັກຮຽນຫຼູດລົງທຸກຊັ້ນ, ທັງນິ້ກໍ່ເພື່ອເຮັດໃຫ້ການຈັກຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີຮັບປະກັນໄດ້ທັງປະລິມານ ແລະຄຸນນະພາບໃຫ້ດີຂຶ້ນເປັນກ້າວໆ.
hacklink