banner 23

ຊົມເຊີຍຜົນສຳເລັດ ກອງປະຊຸມໃຫ່ຍສະມາຊິກພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງສາລະວັນຄັ້ງທີ IV. ຢ່າງສຸດໃຈ

ແຂວງ ສາລະວັນ ຈັດພິທີສະເຫຼີິມສະຫຼອງ 2 ວັນ ສໍາຄັນປະຈໍາເດືອນຕຸລາ

#ໃນທ້າຍອາທິດທີ່ຜ່ານ ແຂວງສາລະວັນ ໄດ້ຈັດພິທີສະເຫຼີມສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994 – 7 ຕຸລາ 2024) ແລະວັນວິທະ ຍາສາດແຫ່ງຊາດ ຄົບຮອບ 37 ປີ (12 ຕຸລາ 1987 – 12 ຕຸລາ 2024) ຢູ່ທີ່ສະໂມສອນ ແຂວງສາລະວັນ ໂດຍການໃຫ້ກຽດເລົ່າມູນເຊື້ອ ແລະ ບັນລະຍາຍຂອງ ທ່ານ ຄໍາບຸ່ນ ດ້ວງປັນຍາ ອາດີດເຈົ້າແຂວງສາລະວັນ; ທ່ານ ສຸນີ ນາມມະບົວລີ ວ່າການຫົວໜ້າພະແນກສຶກສາທິການ-ກິລາແຂວງສາລະວັນ; ມີບັນດາການນໍາ-ອາດີດການນໍາຂອງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການ, ອົງການທຽບເທົ່າ, ພະນັກງານບໍານານ, ພະເຖຣາ-ນຸເຖຣະ, ຄູ-ອາຈານ ຕະຫຼອຮອດນ້ອງນັກຮຽນ-ນັກສຶກສາ ເຂົ້າ ຮ່ວມ.

463208366 1019370969987812 2910999373161200940 n

#ໃນພິທີໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກນ້ອງນັກຮຽນ-ນັກສຶກສາ, ຄູອາຈານ 3 ລາຍການ ເຊີ່ງເປັນລາຍການທີ່ສະແດງເຖິງຄວາມຮັກ, ຄວາມຮູ້ບຸນຄຸນຕໍ່ຄູອາຈານທີ່ໄດ້ສິດສອນ; ຈາກນັ້ນທ່ານອາດີດເຈົ້າແຂວງໆສາລະວັນ ກໍ່ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍສໍາຄັນ ຂອງຄູທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຢ່າງລະອິດລະອ້ຽວ ໂດຍສະເພາະປະຫວັດຄວາມເປັນມາຂອງນາຍຄູຄຳ ຊຶ່ງເປັນຕົ້ນກຳເນີດທີ່ພາໃຫ້ມີວັນທີ 7 ຕຸລາ (ວັນຄູແຫ່ງຊາດ) ແມ່ນວັນທີ່ມີຄວາມໝາຍສໍາຄັນຍິ່ງຕໍ່ພະນັກງານຄູ-ອາຈານ ຜູ້ທີ່ໄດ້ອຸທິດຕົນ ໃຫ້ແກ່ການອົບຮົມ-ສິດສອນລູກ-ຫຼານຂອງປະຊາຊົນບັນດາເຜົາ,
462963745 1019371049987804 6379849154534112305 n
 
ຜູ້ທີ່ໄດ້ອຸທິດຕົນໃຫ້ແກ່ການປົດປ່ອຍຄົນອອກຈາກຄວາມໂງ່ຈ້າຫຼ້າຫຼັງ ແລະ ພັດທະນາຄົນໃຫ້ມີຄວາມຮູ້-ຄວາມສາມາດ, ສະ ຫຼາດ ຫຼັກແຫຼມ, ມີຄຸນສົມບັດ, ສິນທຳປະຕິວັດ ແລະ ມີນໍ້າໃຈຮັບໃຊ້ປະເທດຊາດຮັບໃຊ້ປະຊາຊົນ ກໍ່ຄື ຄວາມຢູ່ດີ-ກິນດີຂອງປະຊາຊົນ ແລະ ຄວາມຮັ່ງມີເຂັ້ມແຂງຂອງປະເທດຊາດ; ປະຫວັດການເຕີບໃຫຍ່ຂະຫຍາຍຕົວ, ການເຄື່ອນໄຫວ ແລະ ການພັດ ທະນາວຽກງານການສຶກສາທິການ ແລະ ກິລາຢູ່ແຂວງສາລະວັນ ໄລຍະ 30 ປີ ເຫັນວ່າ: ການສຶກສາບໍ່ເຄີຍຢຸດນີ້ງ, ເຖິງແມ່ນວ່າຈະປະສົບພົບພໍ້ບັນຫາສິ່ງທ້າທາຍນາໆປະການກໍ່ຕາມ ຄູ- ອາຈານກໍ່ບໍ່ໄດ້ລົດລະທໍ້ຖອຍ, ນັກຮຽນ-ນັກສຶກສາ ກໍ່ຕ້ອງໄດ້ຮັບການສຶກສາຢ່າງຕໍ່ເນື່ອງ, ດໍາເນີນການຮຽນ-ການສອນຫຼາຍຮູບແບບ, ຫຼາຍວິທີ ແລະ ຮັບປະກັນການຮຽນຮູ້ຂອງລູກຫຼານປະຊາຊົນ ລາວບັນດາເຜົ່າ ເພື່ອສືບທອດເປັນຊັບພະຍາກອນມະນຸດທີ່ເຂັ້ມແຂງຕະຫຼອດມາ. ເຊິ່ງຜົນງານອັນໃຫຍ່ຫຼວງຂອງຂະແໜງການສຶກສາ ກໍ່ຄືການຕະລຸມບອນບັ້ນລົບລ້າງຄວາມບໍ່ຮູ້ໜັງສືໃນທົ່ວແຂວງ ຈົນສາມາດ ປະກາດເປັນແຂວງຈົບປະຖົມທົ່ວແຂວງ ໃນວັນທີ 10 ພະຈິກ 2014 ແລະ ສືບຕໍ່ບໍາລຸງມັດທະຍົມຕົ້ນປະຊາຊົນໃນທົ່ວແຂວງ ໃຫ້ປະຊາຊົນໃນເກນອາຍຸ 15-35 ປີ, ຈົນມາຮອດປີ 2019 ຈາກຜົນສໍາເລັດດັ່ງກ່າວ ແຂວງສາລະວັນ ໄດ້ປະກາດເປັນແຂວງຈົບບຳລຸງມັດທະຍົມຕົ້ນ ປະຊາຊົນ ໃນວັນທີ 26 ເມສາ 2019 ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ; ນອກຈາກນີ້ໃນພິທີຍັງໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີ, ມອບໃບຍ້ອງຍໍຂັ້ນກະຊວງ-ຂັ້ນພະແນກ ຕໍ່ພະນັກງານຄູອາຈານທີ່ມີຜົນງານດີເດັ່ນ ແລະ ມອບຂອງຂວັນໃຫ້ແກ່ຄູອານຈານ, ອາດີດພະນັກ ງານຄູອາຈານພັກຜ່ອນບໍານານ.
463189616 1019371163321126 8717052284955343386 n
#ພິທີການຈັດສະເຫຼີມສະຫຼອງຄັ້ງນີ້, ກໍ່ເພື່ອເປັນການປຸກລະດົມ-ປູກຈິດສຳນຶກໃຫ້ພະນັກງານຄູ-ອາຈານ ກໍ່ຄືນັກຮຽນ-ນັກສຶກສາ ຮັບຮູ້-ເຂົ້າໃຈເຫັນໄດ້ຄວາມໝາຍຄວາມສໍາຄັນຂອງ 2 ວັນ ສໍາຄັນດັ່ງກ່າວ.