baner

ຊົມເຊີຍ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ( 2 ທັນວາ 1975 - 2 ທັນວາ 2025). ຢ່າງສຸດໃຈ

10 ກຳມະການກຽມຮັບໃຊ້ງານມະຫາກຳກິລານັກຮຽນມັດທະຍົມສຶກສາຄັ້ງທີ VII ປີ 2024

ວັນທີ 8 ມັງກອນ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກິລາແຂວງສາລະວັນ ໄດ້ມີກອງປະຊຸມ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ 10 ກຳມະການ ຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ແລະຂໍ້ຕົກລົງວ່າດ້ວຍການສະຫະພັນກິລາ-ກາຍຍະກໍາ 12 ປະເພດ ຣັບໃຊ້ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII ປີ 2024 ທີ່ ແຂວງສາລະວັນ. ໂດຍການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ປະທານສະມາຄົມກິລາ-ກາຍຍະກຳແຂວງ, ຮອງປະທານຈັດງານມະຫາກຳກິລານັກຮຽນມັດທະຍົມ ສຶກສາທົ່ວປະເທດຄັ້ງທີ VII, ທ່ານ ສິລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຮອງປະທານສະມາຄົມກິລາ - ກາຍຍະກໍາແຂວງ, ກໍາມະການຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII, ກໍາມະການພັກແຂວງ, ຫົວໜ້າພະແນກ - ຮອງພະແນກ, ອົງການທາງເທົ່າ, ທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງກຳມະການຝ່າຍຕ່າງໆ, ກອງເລຂາກະກຽມຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຈາກກົມກິລາມວນຊົນ, ພາລະ ແລະສີລະປະສຶກສາພ້ອມດ້ວຍທີມງານເຂົ້າຮ່ວມ.
416346631 848922630365981 1102745818923076210 n
ທ່ານ ສິລິສັກ ຖະໜອມຮັກ ຮອງປະທານສະມາຄົມກິລາ - ກາຍຍະກໍາແຂວງ, ກໍາມະການຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງຄະນະຮັບຜິດຊອບລະດັບຊາດມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII ແຂວງສາລະວັນ, ສະບັບເລກທີ 03/ຄຈກຊ.VII, ລົງວັນທີ 12 ທັນວາ 2023 ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການ ເຊິ່ງມີ 10 ກໍາມະການ ຄື: ກໍາມະການກອງເລຂາ, ກໍາມະການເຕັກນິກ-ຈັດການແຂ່ງຂັນ, ກຳມະການພິທີເປີດ-ປິດ, ກຳມະການງົບປະມານ, ການເງິນ ແລະລະດົມທຶນ, ກຳມະການກໍ່ສ້າງ, ຊ້ອມແປງພື້ນຖານໂຄງລ່າງ, ກຳມະການທີ່ພັກ, ອາຫານ, ການຂົນສົ່ງ ແລະປະດັບປະດາ, ກຳມະການພິທີການ, ຕ້ອນຮັບ ແລະຍ້ອງຍໍ, ກຳມະການໂຄສະນາປະຊາສຳພັນ, ກຳມະການແພດ ແລະປະຖົມພະຍາບານ ແລະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມທັງຜ່ານຂໍ້ຕົກລົງຂອງແຂວງສາລະວັນ ສະບັບເລກທີ 775/ຈຂ.ສວ. ລົງວັນທີ 12 ຕຸລາ 2023ວ່າດ້ວຍ ການແຕ່ງຕັ້ງສະຫະພັນກິລາ-ກາຍຍະກຳ 12 ປະເພດ ຮັບໃຊ້ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII, ສະຫະພັນກິລາປະເພດຕ່າງໆ ມີ: ສະຫະພັນກິລາມວຍ, ກິລາບານເຕະ, ກິລາບານສົ່ງ, ກິລາດອກປີກໄກ່, ກິລາປິ່ງປ່ອງ, ກິລາບານບ້ວງ, ກິລາໝາກແລ້, ກິລາເປຕັງ, ກິລາກະຕໍ້, ກິລາໜ້າເກັກ, ກິລາໝາກເສິກ ແລະກິລາແລ່ນ-ລານ.
ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຮຽກຮ້ອງມາຍັງທຸກພາກສ່ວນ ບໍ່ວ່າຈະພາກລັດ-ວິສາຫະກິດ ປະຊາຊາຊົນ ຕະຫຼອດຮອດ ແຕ່ລະອະນຸກຳມະການ ທີ່ໄດ້ແບ່ງຄວາມຮັບຜິດ-ຮັບຊອບຕາມຄວາມສາມາດ ສ້າງແຜນວຽກ-ແຜນງົບປະມານໃຫ້ມີຄວາມວ່ອງໄວແລະຖືກຕ້ອງ, ຕ້ອງກຽມຈິດ-ກຳລັງ ເພື່ອຕ້ອນຮັບ, ເປັນເຈົ້າພາບທີ່ດີ ໃນນາມແຂວງສາລະວັນເປັນເຈົ້າພາບງານມະຫະກຳກິລານັກຮຽນມັດທະຍົມ ສືກສາທົ່ວປະເພດຄັ້ງທີVII ປີ 2024. ແຕ່ລະອານຸກຳມະການຮັບຜິດຊອບ ຕ້ອງປະສານພົວພັນ ແລະລາຍງານເປັນແຕ່ລະໄລຍະ ເພື່ອພ້ອມກັນແກ້ໄຂຄວາມຫຍຸ້ງຍາກ ແລະສ້າງທຸກເງື່ອນໄຂໃຫ້ມີຄວາມສະດວກ, ຄວາມປອດໄພ ຕະຫຼອດຮອດສຸຂະພາບ.
hacklink